ບົດຄວາມ

ຊີວະນາໆພັນກະສິກໍາ ເປັນແນວໃດ-ແຍກໜ້າ

ຊີວະນາໆພັນກະສິກໍາ, ເປັນຜົນມາຈາກຂະບວນການຄັດເລືອກທໍາມະຊາດ, ແລະການຄັດເລືອກຢ່າງລະມັດ ລະວັງ ແລະ ການພັດທະນາປະດິດສ້າງ ຂອງ ຊາວກະສິກອນ, ຊາວປະສຸສັດ ແລະຊາວປະມົງມາເປັນໄລຍະພັນໆປິມາແລ້ວ.ມັນປະກອບມີທຸກຮູບແບບຂອງ ຊີວິດ ທີ່ກ່ຽວຂ້ອງໂດຍກົງ ກັບ ການກະສິກໍາ ແລະ ສິ່ງທີ່ມີຢູ່ແລ້ວ ກ່ຽວກັບຫລືໄຫຼຜ່ານທີ່ດິນກະສິກໍາແລະ ອ້ອມຂ້າງປ່າໄມ້ ແລະ ພູມສັນຖານ.

ຊີວະນາໆພັນກະສິກໍາ, ເປັນຜົນມາຈາກການ ພົວພັນລະຫວ່າງ ສິ່ງແວດລ້ອມ, ຊັບພະຍາກອນພັນທຸກໍາ ແລະ ລະບົບການຄຸ້ມຄອງ ແລະ ການປະຕິບັດການນໍາໃຊ້ໂດຍ ວັດທະນະທໍາປະຊາຊົນບັນດາເຜົ່າ, ແລະເພາະສະນັ້ນ ຊັບພະຍາກອນທີ່ດິນແລະ ນ້ໍາ ໄດ້ຖືກນໍາໃຊ້ ສໍາລັບ ການຜະລິດ ໃນວິທີທີ່ແຕກຕ່າງກັນ.ຄວາມຮູ້ທ້ອງຖິ່ນ ແລະ ວັດທະນະທໍາທ້ອງຖິ່ນສາມາດ ເປັນສິ່ງທີ່ຕ້ອງໄດ້ຮັບການພິຈາລະນາ ເປັນສ່ວນຫນຶ່ງ ຂອງ ຊີວະນາໆພັນ ກະສິກໍາ, ເພາະວ່າ ມັນເປັນກິດຈະກໍາ ຂອງມະນຸດ ກ່ຽວກັບການກະສິກໍາທີ່ ເປັນຮູບ ແລະ ເປັນການອະນຸລັກ ຊີວະນາໆພັນ.

 

 

 

 

 

 

 

 

 

 

 ຈາກການອະນຸລັກຊີວະນາໆພັນ ໄປສູ່ການຄຸ້ມຄອງຊີວະນາໆພັນກະສິກໍາ

ຄວາມພະຍາຍາມໃນການອະນຸລັກແບບປົກກະຕິໃນທົ່ວໂລກ ໄດ້ໂນ້ມໄປສຸມໃສ່ເຮັດການສ້າງຕັ້ງ ເຂດປ່າປ້ອງກັນເພື່ອອະນຸລັກລະບົບນິເວດທີ່ສໍາຄັນ ທີ່ເປັນການສະຫນັບສະຫນູນ ຊັບພະຍາກອນຊີວະນາໆພັນ.ໃນໄລຍະ ຫວ່າງໝໍ່ໆມານີ້ບັນດານັກອະນຸລັກນິຍົມ ແລະນັກວິທະຍາສາດ ໄດ້ພິຈາລະນາຍອມຮັບວ່າ ພື້ນທີ່ປ່າປ້ອງກັນ ແມ່ນມີຄວາມຈໍາເປັນ ແຕ່ວ່າມັນຍັງບໍ່ພຽງພໍ ແລະ ກໍໄດ້ເລີ້ມເຮັດການສຸມໃສ່ພາລະບົດບາດ ຂອງພູມສັນຖານ ທີ່ມີຫລາຍໜ້າທີ່ນັ້ນໃຫ້ເປັນການປະກອບສ່ວນທີ່ສໍາຄັນໃນການຄຸ້ມຄອງແລະ ການອະນຸລັກຊີວະນາໆພັນ.ໃນການ ຮັບຮູ້ນີ້, ກອງປະຊຸມບັນດາປະເທດພາຄີ ຂງສົນທິສັນຍາສາກົນວ່າດ້ວຍຊີວະນາໆພັນ (CBD)ໃຫ້ເປັນການສົ່ງ ເສີມເຂົ້າໃນການປະຕິບັດເປັນໄລຍະຍາວ, ວິທີການປະສານງານ ເພື່ອປັບປຸງການຄຸ້ມຄອງຊີວະນາໆພັນ ກະສິກໍາ.

ຊີວະນາໆພັນກະສິກໍາ ໃນ ສ.ປ.ປ.ລາວ

ສ.ປ.ປ.ລາວອຸດົມສົມບຸນດີໄປດ້ວຍຜະລິດຕະພັນ ແລະ ນິເວດວິທະຍາທີ່ເປັນເອກະລັກດ້ານປ່າໄມ້ ແລະ ພູມສັນຖານກະສິກໍາ, ອຸດົມສົມບູນໄປດ້ວຍຊີວະນາໆພັນ.ຊັບພະຍາກອນເຫຼົ່ານີ້ແມ່ນ ບໍ່ພຽງແຕ່ເປັນອັນສໍາຄັນ ສໍາລັບ ການສະຫນອງການບໍລິການດ້ານນິເວດວິທະຍາທີ່ສໍາຄັນເທົ່ານັ້ນ, ແຕ່ມັນຍັງມີບົດບາດສໍາຄັນໃນການ ປັບແປງທາງເສດຖະກິດໂລກ ຫຼື ສະພາບການປ່ຽນແປງທາງດ້ານອາກາດໃນທົ່ວໂລກ.ຊີວະນາໆພັນກະສິກໍາ ແມ່ນມີຄວາມສໍາຄັນໃນເສດຖະກິດແຫ່ງຊາດ, ມີຈໍານວນ66 ສ່ວນຮ້ອຍຂອງ GDP ແມ່ນຂຶ້ນໂດຍກົງ ກັບ ຊັບພະຍາກອນທໍາມະຊາດ.ຫລາຍກ່ວາ 80 ສ່ວນຮ້ອຍ ຂອງ ປະຊາຊົນລາວ ແມ່ນດໍາລົງຊີວິດ ຢູ່ໃນເຂດ ຊົນນະບົດແລະ ຂຶ້ນກັບສະພາບແວດລ້ອມຂອງທ້ອງຖິ່ນເປັນຢ່າງສູງ ສໍາລັບ ເຮັດການກະສິກໍາເພື່ອລ້ຽງຊີບ,ເພື່ອການບໍລິໂພກພາຍໃນຄອບຄົວ, ເປັນກິດຈະກໍາການດໍາລົງຊີວິດ ແລະ ເປັນການສ້າງລາຍຮັບເປັນເງິນສົດ.ດັ່ງນັ້ນ, ຊີວະນາໆພັນ ຍັງມີ ພາລະບົດບາດ ທີ່ສໍາຄັນຕໍ່ກັບ ຄຸນນະພາບຊີວິດຂອງ ຄົນໃນຊົນນະບົດ, ຕໍ່ກັບ ວັດທະນະທໍາຊົນເຜົ່າ ແລະ ການຫຼຸດຜ່ອນຄວາມທຸກຍາກ.

ສ.ປ.ປ.ລາວ ໄດ້ຖືກພິຈາລະນາວ່າເປັນປະເທດ ”ທີ່ມີຊີວະນາໆພັນທີ່ຫລວງຫລາຍໃຫຍ່ໂຕ”, ແລະ ເປັນ ”ສູນກາງດັ້ງເດີມ” ຂອງ ບັນດພືດປູກທີ່ສໍາຄັນທາງດ້ານກະສິກໍາ, ແລະຈຸດຕໍ່ໄປນີ້ ສະແດງໃຫ້ເຫັນເຖິງຄວາມອຸດົມສົມບູນ ຂອງ ຊີວະນາໆພັນ ໃນປະເທດລາວ:

  • ສ.ປ.ປ.ລາວເປັນຈຸດໃຈກາງ ຂອງ ຊີວະນາໆພັນ ປະເພດເຂົ້າໜຽວ. ນັບຕັ້ງແຕ່ຕົ້ນຊຸມປີ 1990, ໄດ້ມີການເກັບຕົວຢ່າງເຂົ້າແນວພັນພື້ນເມືອງຫຼາຍກ່ວາ 13,500 ຕົວຢ່າງ, ຊຶ່ງໃນນັ້ນ 85% ແມ່ນປະເພດ ເຂົ້າຫນຽວ .ຕົວຢ່າງເຫຼົ່ານີ້ ເປັນຕົວແທນໃຫ້ແກ່ແນວພັນເຂົ້າຫຼາຍກ່ວາ 3,000 ຊະນິດພັນ.
  • ສ.ປ.ປ.ລາວ ແມ່ນ ອຸດົມສົມບູນໄປດ້ວຍຜະລິດຕະພັນເຄື່ອງປ່າຂອງດົງ ລວມມີທັງເປັນພືດ, ເປືອກ, ເຄືອ, ຫົວ ແລະ ຜະລິດຕະພັນປ່າໄມ້ອື່ນໆ.ທັງໝົດເຫຼົ່ານີ້ມັນໄດ້ເປັນແຫລ່ງສະໜອງ ອາຫານແລະ ລາຍຮັບ ໃຫ້ແກ່ປະຊາຊົນພາຍໃນທ້ອງຖິ່ນ.ໃນເມື່ອສະຖານະພາບຂອງປ່າໄມ້ ໄດ້ມີການຫລຸດໜ້ອຍ ຖອຍລົງ ດັ່ງນັ້ນມັນຈຶ່ງເຖິງກາລະເວລາແລ້ວທີ່ຈະຕ້ອງໄດ້ເຮັດການປູກມັນຂຶ້ນຕື່ມອີກ.
  • ຄວາມຫຼາກຫຼາຍຂອງ ຊີວະນາໆພັນທາງນໍ້າພາຍໃນ ປະເທດລາວ ແມ່ນມີຢູ່ຢ່າງຫລວງຫລາຍມະຫັດສະຈັນ. ຕາມສາຍແມ່ນໍ້າຂອງ ແລະກິ່ງສາຂາແມ່ນເປັນສະຖານທີ່ມີການປະມົງໃນບ່ອນທີ່ບໍ່ແມ່ນທະເລ ທີ່ໃຫຍ່ທີ່ສຸດໃນໂລກ.
  • ຄວາມຫຼາກຫຼາຍຂອງສັດລ້ຽງ ແມ່ນມີຈໍານວນສູງ ໂດຍສະເພາະແມ່ນ ໄກ່, ຄວາຍ ແລະ ໝູ ສາຍພັນ ພື້ນເມືອງ.ໃນເຂດເນີນສູງ ແມ່ນມີຄວາມເຫມາະສົມຫລາຍ ສໍາລັບ ເຮັດການລ້ຽງສັດ ດ້ວຍການປັບປຸງສາຍພັນ, ການປູກຫຍ້າອາຫານສັດທີ່ດີກ່ວາແລະ ເຮັດຫຼາຍລະບົບການຜະລິດ ອາຫານສັດຢູ່ໃນກທີ່ໄດ້ຄັດເລືອກເອົາໄວ້ແລ້ວ.
  • ຄວາມຫຼາກຫຼາຍຂອງພືດຜັກແມ່ນມີສູງ.ສະຖາບັນຄົ້ນຄ້ວາກະສິກໍາ ແລະ ປ່າໄມ້ ໄດ້ດໍາເນີນການເກັບກໍາ ຂໍ້ມູນຫຼາຍກ່ວາ 2.100 ຊະນິດພືດຜັກທີ່ມີໃນທ້ອງຖິ່ນ (Plewa 2007).

ຊີວະນາໆພັນກະສິກໍາ ແມ່ນປະເຊີນກັບຄວາມກົດດັນເພີ່ມຂຶ້ນ

ພວກເຮົາຢູ່ໃນຍຸກທີ່ມີການປ່ຽນແປງໄວທາງດ້ານລະບົບນິເວດ, ສັງຄົມ ແລະ ເສດຖະກິດ, ແລະ ຈັງຫວະ ຂອງ ການປ່ຽນແປງນີ້ ຈະເລັ່ງຕື່ມໃນໄລຍະຫລາຍທົດສະວັດຕໍ່ໄປແລະ ຈະເພີ່ມທະວີການກົດດັນ ຕໍ່ກັບ ຊີວະນາໆພັນ ຢູ່ໃນ ລະບົບນິເວດທໍາມະຊາດ ແລະ ປູກຝັງ.ໃນສ.ປ.ປ. ລາວການຫັນປ່ຽນຈາກການຜະລິດເພື່ອລ້ຽງຊີບ ແລະ ການຜະລິດສ້າງລາຍໄດ້ຂະໜາດນ້ອຍ ໄປສູ່ການຜະລິດພືດຊະນິດດ່ຽວເພື່ອເປັນສິນຄ້າຢ່າງໄວວາ ແລະ ເປັນ ໄພຄຸກຄາມຕໍ່ກັບບໍ່ພຽງແຕ່ ຊັບພະຍາກອນຊີວະນາໆພັນກະສິກໍາເທົ່ານັ້ນ, ແຕ່ຍັງ ເຮັດໃຫ້ຖານການດໍາລົງຊີວິດ ຂອງຫລາຍລ້ານຄອບຄົວຊົນນະບົດຫຼຸດໜ້ອຍຫາຍໄປ.ໃນຊຸມປີໝໍ່ໆມານີ້, ວິທີການ ຂອງລັດຖະບານ ຂອງ ປະເທດລາວ ໄດ້ສົ່ງເສີມ ໃຫ້ ”ຫັນທີ່ດິນເປັນທຶນ ເພື່ອການພັດທະນາ” ໄດ້ເຮັດໃຫ້ເກີດມີທັງກາລະໂອກາດ ແລະ ສິ່ງທ້າທາຍສໍາລັບການພັດທະນາໃນລະດັບກ້ວາງໃຫຍ່ ເພື່ອນໍາເອົາປະເທດຊາດໃຫ້ຫລຸດຜົ້ນຈາກຄວາມດ້ອຍພັດທະນາ.ຢູ່ໃນດ້ານອື່ນການພັດທະນາແບບນີ້ມັກມີຄວາມບໍ່ຍືນຍົງ ແລະ ໂດຍສະເພາະຢູ່ໃນເຂດພູດອຍ, ເກີດໃຫ້ມີການເຊື່ອມໂຊມຂອງດິນ, ເກີດມີການຂັດແຍ້ງທີ່ດິນ, ເພີ້ມຄວາມທຸກຍາກ, ຄວາມແຕກໂຕນກັນ ດ້ານ ລາຍຮັບເພີ່ມຂຶ້ນ ແລະ ເພີ້ມຄວາມບໍ່ຮັບປະກັນທາງດ້ານສະບຽງອາຫານຫລາຍຂຶ້ນ.

ນັບຕັ້ງແຕ່ການເກີດມີມາ ຂອງການກະສິກໍາ, ຊີວະນາໆພັນ ໄດ້ສະຫນອງເປັນ ເຊັ່ນອຸປະກອນວັດຖຸດິບ ສໍາລັບ ການປະດິດສ້າງໃຫມ່ທາງດ້ານການກະສິກໍາ, ການບໍລິການລະບົບນິເວດ ທີ່ສໍາຄັນ, ແລະ ທາງເລືອກສໍາລັບ ໃນອະນາຄົດທີ່ຍັງບໍ່ທັນແນ່ນອນ.ແຕ່ໃນເວລາທີ່ຢູ່ໃນປະຫວັດສາດ ຂອງມະນຸດ ນີ້, ພວກເຮົາ ປະເຊີນໜ້າກັບ ຄວາມສົດໃສ ຂອງພູມສັນຖານກະສິກໍາ ທີ່ມີ ຊີວະນາໆພັນຢ່າງຈໍາກັດ,ຕິດກັບມີການຂົ່ມຂູ່ເພີ່ມຂຶ້ນຕໍ່ກັບ ຊີວະນາໆພັນທໍາມະຊາດ.ການກະສິກໍາທີ່ທັນສະໄຫມ ເປັນຫນຶ່ງໃນໄພຂົ່ມຂູ່ທີ່ໃຫຍ່ໂຕຕໍ່ກັບ ການສູນພັນ ຂອງ ຊີວະນາໆພັນຢູ່ໃນທັງ ລະບົບນິເວດກະສິກໍາ ແລະ ຢູ່ໃນ ທີ່ດິນປ່າທໍາມະຊາດ, ແລະຖືເປັນຂອດສໍາຄັນຕໍ່ກັບ ການອະນຸລັກ ຂອງ ຊີວະນາໆພັນທີ່ຍັງມີເຫຼືອຢູ່.

ການປະດິດສ້າງລະບົບການກະສິກໍາ ຊີວະນາໆພັນທີ່ມີຄວາມອຸດົມສົມບູນ ສາມາດມີໂອກາດຍົກສູງຜົນຜະລິດ ແລະ ມີຄວາມຍືນຍົງ, ແລະ ເພາະສະນັ້ນຈຶ່ງມີການຈໍາແນກໃຫ້ການສະຫນັບສະຫນູນແກ່ຊະນິດພັນທໍາມະຊາດ ໂດຍຈໍາກັດບໍ່ໃຫ້ມີຜົນກະທົບໃນທາງລົບຕໍ່ກັບການກະສິກໍາ ກ່ຽວກັບ ທີ່ດິນຢູ່ອາໃສຕາມທໍາມະຊາດ.ການຮັບຮອງ ເອົາການປະຕິບັດ ການປູກຝັງທີ່ນໍາໃຊ້ ແລະ ອະນຸລັກຊີວະນາໆພັນ ໃນທີ່ສຸດ ອາດຈະເປັນການປັບປຸງ ຄຸນນະພາບ ຂອງສິ່ງແວດລ້ອມແລະ ສ້າງຕັ້ງລະບົບການປູກຝັງແບບຍືນຍົງ ແລະລະບົບການນໍາໃຊ້ທີ່ດິນ ແບບຍືນຍົງ.

ສະເໜີການເຊື່ອມຕໍ່ກັບພາຍນອກ

DIVERSITAS: agroBIODIVERSITY - ວາລະດ້ານໃໝ່ດ້ານວິທະຍາສາດ ໃນການສະໜັບສະໜູນລະບົບນິເວດກະສິກໍາແບບຍືນຍົງ (2005)
FAO: ຊີວະນາໆພັນກະສິກໍາແມ່ນຫຍັງ (2004)