ໜ້າຫຼັກ

ຈາກ Lao-ntfpwiki

"ຊີວະນານາພັນ ແມ່ນອົງປະກອບໜຶ່ງ ທີ່ສຳຄັນໃນການດຳລົງຊີວິດ ຂອງ ປະຊາຊົນລາວເຮົາ. ຊຶ່ງມັນຊ່ວຍໃນການລຸດຜ່ອນສະພາບການປ່ຽນແປງອາກາດ ແລະພ້ອມກັນນັ້ນກໍ່ສ້າງແລະປັບປຸງບັນດາທາດຈຸລິນຊີພາຍໃນດິນໃນຮູບແບບຂອງການຄໍ້າປະກັນແບບຍື້ນຍົງ. ຊີວະນານາພັນເຄື່ອງປ່າຂອງດົງມັນໄດ້ຕອບສະໜອງໃຫ້ແກ່ການດຳລົງຊີວິດຂອງປະຊາຊົນບັນດາເຜົາ, ຊ່ວຍເຂົາເຈົ້າໃນການຄໍ້າປະກັນສະບຽງອາຫານ. ແລະແມ່ນຊັບພະຍາກອນອັນມີຄ່າ ບໍ່ວ່າຈະທາງດ້ານການນຳໃຊ້ຂອງປະເພດຍາພື້ນເມືອງ ແລະຢາປຸງແຕ່ງ. ມັນແມ່ນປັດໃຈທີ່ສຳຄັນຕໍ່ກັບຄວາມພະຍາຍາມທີ່ຈະລຸດຜ່ອນບັນຫາການຂາດອາຫານ, ເພີ່ມມາດຕະຖານແລະແກ້ໄຂຄວາມທຸກຍາກ ເພື່ອບັນລຸເປົ້າໝາຍຂອງການພັດທະນາແບບຍືນຍົງ" UN Secretary-General Kofi Annan (24 January 2005) ໄປໜ້າພາສາອັງກິດ

ເນື້ອໃນ

ຍິນດີຕ້ອນຮັບເຂົ້າສູ່ພົດຈະນານຸກົມເຄື່ອງປ່າຂອງດົງ

ລະບົບພົດຈະນານຸກົມນີ້ແມ່ນໄດ້ຖືກສ້າງຂຶ້ນ ໂດຍກຸ່ມຜູ້ທີໄດ້ເຮັດວຽກຮ່ວມກັນທາງດ້ານເຄື່ອງປ່າຂອງດົງແລະບັນດາຜູ້ທີມີຄວາມສົນໃຈທາງດ້ານນີ້ ເພື່ອສຶກສາບັນດາຊັບພະຍາກອນເຄື່ອງປ່າຂອງດົງໃນລາວເຮົາ, ມັນເປັນໂອກາດອັນດີທີ່ຈະໄດ້ຮຽນຮູ້ແລະເຂົ້າໃຈລະອຽດກ່ຽວກັບສິງທີມີ ພ້ອມກັນນີ້ກໍ່ເປັນການຮ່ວມແບ່ງປັນຄວາມຮູ້ແລະປະສົມການທາງດ້ານເຄື່ອງປ່າຂອງດົງທີມີໃນລາວນຳກັນ.
NTFPs in local market

ປະຊາຊົນລາວບັນດາເຜົາ ໃນນຳໃຊ້ແລະເປັນເຈົ້າການໃນການຄຸ່ມຄອງ, ປ້ອງກັນຮັກສາ ບັນດາຜະລິດຕະພັນ ເຄື່ອງປ່າຂອງດົງມາແຕ່ໂບຮານນາການ, ສະນັ້ນ ບັນດາເຄື່ອງປ່າຂອງດົງທີ່ມີ ໃນລາວແມ່ນ ພາກສ່ວນໜຶ່ງທີ່ສຳຄັນຂອງການດຳລົງຊີວິດ ແລະປະຊາຊົນລາວສ່ວນໃຫຍ່ແມ່ນເປັຮຜູ້ ຕັ້ງຊຶ່ແລະບົງປະເພດຂອງແຕ່ລະຊະນິດ ທີມີໃນປະເທດເຮົາ ໂດຍ ເອີ້ນຈາກ ປະເພດຂອງມັນຫລືການນຳໃຊ້ເປັນຫລັກ. ເຄື່ອງປ່າຂອງດົງໃນລາວແມ່ນໄດ້ໃຫ້ຄຸນຄ່າທາງອາຫານແລະທີສຳຄັນ ແມ່ນເປັນການຄໍ້າປະກັນສະບ່ຽງອາຫານໃຫ້ແກ່ ປະຊາຊົນບັນດາເຜົາໃນລາວອີກດ້ວຍ ແລະນອກນັ້ນຍັງເປັນຊັບພະຍາກອນທຳມະຊາດອັນໜຶ່ງທີສາມາດນຳໃຊ້ ເປັນຍາພື້ນເມືອງ ແລະຍັງເປັນຜະລິດຕະພັນທີຖືກນຳໃຊ້ໃນຊີວິດປະຈຳວັນອີກດ້ວຍ. ສິ່ງສຳຄັນ ເຄື່ອງປ່າຂອງດົງແມ່ນແກ່ນສານອັນສຳຄັນຂອງຄວາມອຸດົມສົມບູນຂອງຊັບພະຍາກອນທຳມະຊາດຢູ່ໃນລາວ

ສິ່ງໃດທີ່ໄດ້ໝາຍເຖິງ ເຄື່ອງປ່າຂອງດົງ

ເຄື່ອງປ່າຂອງດົງ ແມ່ນກວມເອົາບັນດາບັນດາຊັບພະຍາກອນທຳມະຊາດທີມີຢູ່ໃນປ່າ (ແຕ່ບໍ່ລວມເອົາທີ່ເປັນປະເພດໄມ້)ທີ່ໄດ້ມາຈາກແຫລ່ງທຳມະຊາດ ຫລືໄດ້ສ້າງຂຶ້ນໂດຍມະນຸດແລະເກີດເອງຕາມທຳມະຊາດ ແລະໄດ້ຖືກນຳໃຊ້ໃນການ ດຳລົງຊີວິດປະຈຳວັນ. ເຫລົ່ານີແມ່ນລວມເອົາບັນດາ ເຄື່ອງປ່າ ສັດນໍ້າ ພືດຜັກ, ໝາກໄມ້, ຢາພື້ນເມືອງ, ສັດປ່າ, ແລະບັນດາສັດນໍ້າ ເຊັ່ນ: ປາ, ຫອຍ ປູປາ, ແມງໄມ້ . ພ້ອມກັນນີ້ ຄວາມໝາຍ ຂອງບັນດາເຄື່ອງປ່່າໄມ້, ແມ່ນໄດ້ລວມໄປຮອດ ບັນດາຜົນຜະລິດຂອງໄມ້ ສຳຫລັບການນຳໃຊ້ໃນເຮືອນຊານ ເຊັ່ນ: ຖ່ານໄມ້, ຖ່ານຫີນ ແລະເຄື່ອງຫັດຖະກຳ. ຄວາມໝາຍເຄື່ອງປ່າຂອງດົງຍັງ ໄດ້ໝາຍເຖິງ ຈຳພວກທີເປັນພືດທີບໍ່ມີຊີວິດເຊັ່ນ: ເສດໂລຫະ ຈາກຊາກ ລະເບີດແລະເຮືອບິນ.

ໃນລາວ 757 ຊະນິດພືດ ແລະ 150 ຊະນິສັດ ແມ່ນໄດ້ຖືກຄົ້ນພົບໃນກຸ່ມຂອງເຄື່ອງປ່າຂອງດົງ, ແຕ່ໂຕເລກທີແທ້ຈິ່ງແມ່ນ ສູງກວ່າ 4 ຫລື 5 ເທົ່າໂຕ. ສ່ວນໃຫຍ່ແມ່ນໄດ້ໃຊ້ເຂົ້າໃນການດຳລົງຊີວິດປະຈຳວັນໃນເຂດຊົນນະບົດ ແລະຈຳນວນແມ່ນສິ່ງສຳຄັນທາງດ້ານການຄ້າລະດັບຊາດ. ຫລາຍໆຊະນິດຂອງເຄື່ອງປ່າຂອງດົງແມ່ນກຳລັງຈະດັບສູນຈາກການເກັບກູ້ທີຫລາຍເກີນໄປ, ລະບົບນິເວດຖືກທຳລາຍ ແລະປ່ຽນແປງຢ່າງໄວ້ ໃນລາວ, ສະນັ້ນ ໜຶ່ງໃນເປົ້າໝາຍຫລັກ ຂອງພົດຈະນານຸກົມ ນີ້ກໍ່ເພື່ອ ຮັກສາຖານຄວາມຮູ້ ວັດທະນາທຳປະເພນີ ທີກ່ຽວຂ້ອງກັບ ການນຳໃຊ້ເຄື່ອງປ່າຂອງດົງ.


ການແບ່ງກຸ່ມຂອງເຄື່ອງປ່າຂອງດົງໃນລາວ

ບັນດາເຄື່ອງປ່າຂອງດົງ ໄດ້ຖືກແບ່ງອອກເປັນ 7 ກຸ່ມໃຫຍ່ຄື:

1. ອາຫານ

2. ພືດເປັນຢາ

3. ເສັ້ນໄຍ

4. ພືດສະກັດ

5. ປະດັບ,ຕົບແຕ່ງ

6. ຖ່ານ ແລະ ຟືນ

7. ຜະລິດຕະພັນຈາກສັດ

ພາຍໃນແຕ່ລະກຸ່ມ ໄດ້ມີການອະທິບາຍ ໄປໃນແຕ່ລະຮູບແບບທີ່ແຕກຕ່າງກັນ ຂອງທາງດ້ານເຄື່ອງປ່າຂອງດົງ. ຊຶ່ງທ່ານສາມາດ ສືບຄົ້ນພາຍໃນແຕ່ລະຫົວຂໍ້ ຂອງແຕ່ລະກຸ່ມດັ່ງກ່າວ ຫລືໃຊ້ຮູບແບບການສືບຄົ້ນຂໍ້ມູນແບບທົ່ວໄປ ທີຢູ່ທາງຊ້າຍມື ໂດຍພິມຄຳສືບຄົ້ນໃສ່ໃນ ແລະກົດສືບຄົ້ນໄດ້ໂດຍກົງ.

ສະຖານທີ ທີ່ທ່ານສາມາດ ຫາຂໍ້ມູນເພີມເຕີມໄດ້ກ່ຽວກັບເຄື່ອງປ່າຂອງດົງ

ຂໍ້ມູນກ່ຽວກັບການນຳໃຊ້ເຄື່ອງປ່າຂອງດົງ ຢູ່ໃນລາວ ແມ່ນມີຢ່າງຫລວງຫລາຍ, ຖ້າທ່ານມີຄວາມສົນໃຈແລະຕ້ອງການຊອກຫາຂໍ້ມູນທີ່ກ່ຽວຂ້ອງກັບ ການນໍາໃຊ້ເຄື່ອງປ່າຂອງດົງ, ການຄຸ່ມຄອງແລະລະບົບນິເວດ, ທ່ານສາສມາດຕິດຕໍ່ສອບຖາມໄດ້ຕາມກຸ່ມລາບຊື່ ລຸ້ມນີ້:

ສະຖາບັນຄົ້ນຄວ້າກະສິກຳແລະປ່າໄມ້ແຫ່ງຊາດ (ສຄກປ) : ສະຖາບັນຄົ້ນຄວ້າກະສິກຳແລະປ່າໄມ້ແຫ່ງຊາດ ແມ່ນອົງກອນໜຶ່ງ ທີມີປະສົບການ ແລະຄວາມຮູ້ ຢ່າງກວ້າງຂວາງກ່ຽວກັບ ການພັດທະນາ ເຄື່ອງປ່າຂອງດົງ.

Lao Institute for Medicinal Plants:

ມະຫາວິທະຍາໄລແຫ່ງຊາດລາວ

ຜາຕັດແກ້ ສວນພຶກສາສາດ ຫລວງພະບາງ

INBAR

FAO Non-Wood Forest Products Digest: This on-line journal is focusing on issues of note in the world of Non-Wood Forest Products.

SNV/Laos ແມ່ນຜູ້ເຮັດວຽກໂດຍກົງໃນການພັດທະນາເຄື່ອງປ່າຂອງດົງໃນເຂດເມືອງ ສັງທອງ.

WWF ໄດ້ມີໂຄງການໃນການຄຸ້ມຄອງແບບຍຶນຍົງ has a project on the sustainable management of Rattan

IUCN/Laos had the hallmark NTFP project in the late 1990s in collaboration with Department of Forestry and NAFRI. All their previous information is available on CD.

ລະບຽບການນຳໃຊ້ ພົດຈະນານຸກົມ ເຄື່ອງປ່າຂອງດົງໃນລາວ

- ເນືອງຈາກພົດຈະນານຸກົມດັ່ງກ່າວນີ້ເປັນການປະກອບສ່ວນຮ່ວມກັນຂອງສັງຄົມ ໃນການພັດທະນາ,ເພີ່ມເຕີມ ຫລືປັບປຸງຂໍ້ມູນ ເພື່ອເຮັດໃຫ້ລະບົບ ຫລືເນື້ອຫາ ພາຍໃນມີຄວາມສົມບູນ ສະນັ້ນໃນການປະກອບສ່ວນຫລືເພີ່ມເຕີມຂໍ້ມູນ ພົດຈະນານຸກົມນີ້ ທ່ານຕ້ອງໄດ້ເຂົ້າໄປຂໍລົງທະບຽນເສຍກ່ອນ ຈຶ່ງສາມາດເພີ່ມເຕີມດັດແກ້ຂໍ້ມູນໄດ້. ໃນແຕ່ລະຄັ້ງໃນການເພີ່ມເຕີມດັດແກ້ຂໍ້ມູນພາຍໃນ ຂໍໃຫ້ທ່ານໃຊ້ຄວາມຮັບຜິດຊອບສູງ ໃນການອ້າງອີງຂໍ້ມູນທີ່ໄດ້ນຳໃຊ້ ແລະປະກອບສ່ວນດ້ວຍຄວາມຈິ່ງໃຈທີ່ຈະພັດທະນາລະບົບດັ່ງກ່າວ ໃຫ້ມີຄວາມເຊື່ອຖືໄດ້ແລະຄົບຖ້ວນ. ທ່ານໃດ້ຫາກມີການນຳເຂົ້າມູນທີ່ບໍ່ຖືກຕ້ອງ ບໍ່ເໝາະສົມ ຫລືເປັນສິ່ງທີບໍ່ໜ້າເຊືອຖືໄດ້ ຂໍ້ມູນຂອງທ່ານຈະຖືກລົບໄປຈາກລະບົບ

ເຄື່ອງມືສ່ວນຕົວ