ໝວດ:ອາຫານ

ຈາກ Lao-ntfpwiki

ອາຫານຈາກພືດ ແມ່ນຜະລິດພັນຈາກພືດທີ່ກິນໄດ້ ເຊັ່ນ: ໝາກ, ແກ່ນ, ດອກ, ຫົວ (rhizome), ຫົວຕາ (tuber), ຮາກ ແລະ ເປືອກ ຊຶ່ງຖືກນຳໃຊ້ຕົ້ນຕໍເປັນໂພສະນາການ, ເປັນເຄື່ອງປຸງ (ເຄື່ອງ ເທດ), ຫຼື ປຸງແຕ່ງອາຫານ (ນ້ຳມັນພືດ). ພືດອາຫານສັດ ໃຊ້ເປັນອາຫານສັດລ້ຽງ (ເຊັ່ນ: ງົວ) ກໍຖືກຈັດເຂົ້າໃນປະເພດນີ້ ເຊັ່ນກັນ.

ເຂົ້າໜຽວເປັນອາຫານຫຼັກໃນ ສປປ ລາວ. ຄຳທັກທາຍທີ່ມັກໃຊ້ກັນທົ່ວໄປໃນລາວແມ່ນ ກິນເຂົ້າ ແລ້ວບໍ? ໂດຍປົກກະຕິແລ້ວ ທ່ານມັກຈະຖືກເຊີນກິນເຂົ້າ ແລະ ເມື່ອຄົນລາວຢາກຖາມທ່ານວ່າ ທ່ານມັກກິນຫຍັງ ເຂົາເຈົ້າ ມັກຈະໃຊ້ຄຳວ່າ ຢາກກິນເຂົ້າກັບຫຍັງ? ນີ້ໄດ້ສະແດງໃຫ້ເຫັນວ່າ ເຂົ້າມີຄວາມສຳຄັນຢ່າງຍິ່ງ ຕໍ່ຊີວິດຂອງຄົນລາວ. ຢ່າງໃດກໍດີ, ໃນຊ່ວງເວລາທີ່ອຶດເຂົ້າ ຜະລິດ ພັນອື່ນ ກໍມີຄວາມສຳຄັນເໝືອນກັນ ເຮັດໃຫ້ມີຄວາມຕ້ອງການ ແລະ ມີການເກັບ ຄປດ ເພີ້ມຫຼາຍ ຂຶ້ນ ໂດຍສະເພາະແມ່ນກຸ່ມຄົນຍາກຈົນ ແລະ ກຸ່ມຄົນທີ່ອາໄສໃນພື້ນທີ່ແຫ້ງແລ້ງ. ຄົນຈໍາພວກນີ້, ເມື່ອຕົນບໍ່ມີພື້ນທີ່ນາ ຫຼື ພື້ນທີ່ ທີ່ອຸດົມສົມບູນສຳລັບທຳກິນ ກໍໄດ້ຫັນໄປເພິ່ງ ຄປດ ເພື່ອເປັນ ແຫຼ່ງອາຫານ. ຄປດ ໄດ້ສະໜອງ ລະບົບການດໍາລົງຊີບແບບໃຊ້ຈ່າຍຕໍ່າ ຫຼື ຮຽກວ່າ ລະບົບແກ້ໄຂ ໄພພິບັດ ເຊັ່ນຕົວຢ່າງ ມີຫຼາຍຊະນິດມັນປ່າ ໄດ້ຖືກນຳໃຊ້ເປັນອາຫານແກ້ອຶດຫິວ ໃນຊ່ວງທີ່ຂາດ ເຂີນອາຫານຫຼັກ. ປາທີ່ຈັບຈາກຫ້ວຍຮ່ອງທຳມະຊາດ ມີບົດບາດສຳຄັນໃນການຄ້ຳປະກັນສະບຽງ ຄື ເປັນແຫຼ່ງສະໜອງ ໂປຣຕີນ ຕົ້ນຕໍ ເຖິງປະມານ 70% - 90% ຂອງໂປຣຕີນທັງໝົດ ທີ່ບໍລິໂພກ ໃນເຂດທົ່ງພຽງບາງບ່ອນ. ໃນ ສປປ ລາວ ໄດ້ມີການປະເມີນວ່າ ມີປະຊາກອນເຖິງ ປະມານ 37% ທີ່ມີຄວາມຫຼໍ່ແຫຼມ ຕໍ່ຄວາມບໍ່ສາມາດຄ້ຳປະກັນ ດ້ານສະບຽງອາຫານ (Mclennon, 2004). ຈາກເຫດຜົນທີ່ກ່າວ ຈຶ່ງເປັນເລື້ອງປົກກະຕິ ທີ່ປະຊາຊົນຜູ້ທຸກຍາກ ໄດ້ມີການບໍລິໂພກອາຫານປ່າ ຫຼາກຫຼາຍຊະນິດ.

ເຄື່ອງມືສ່ວນຕົວ