Lao (ພາສາລາວ)English (United Kingdom)
Choose Your Language

ກ່ຽວກັບໂຄງການ

Event Calendar

February 2012
S M T W T F S
29 30 31 1 2 3 4
5 6 7 8 9 10 11
12 13 14 15 16 17 18
19 20 21 22 23 24 25
26 27 28 29 1 2 3

Login

TABI

ໂຄງການພັດທະນາລະບົບການຜະລິດແບບນິເວດກະສິກຳ ຢູ່ ເຂດພູດອຍ ພາກເໜືອ ຂອງ ສ.ປ.ປ. ລາວ

alt

 

ໂຄງການພັດທະນາລະບົບການຜະລິດແບບນິເວດກະສິກຳ ຢູ່ ເຂດພູດອຍພາກເໜືອ ຂອງ ສ.ປ.ປ. ລາວ ເປັນ ໂຄງການ ທີ່ ລັດຖະບານ ແຫ່ງ ສ.ປ.ປ. ລາວ ກັບອົງການຮ່ວມມື ແລະ ພັດທະນາ ຂອງ ປະເທດສະວິດເຊີແລນ ໄດ້ຕົກລົງໃຫ້ຄຳໝັ້ນສັນຍາຮ່ວມ ກັນເພື່ອສ້າງໃຫ້ເປັນໂຄງ ການໄລຍະຍາວ ທີ່ແນໃສ່ເຮັດການອານຸລັກ, ຟື້ນຟູ ແລະ ຄຸ້ມຄອງຊີວະນາໆພັນ ທີ່ມີຢູ່ຕາມພື້ນທີ່ກະສິກຳທັງເປັນການປັບປຸງຊີວິດການເປັນຢູ່ ຂອງປະຊາຊົນ ບັນດາເຜົ່າ ໃນ ເຂດພູດອຍຂອງ ສ.ປ.ປ. ລາວ ໃຫ້ດີຂຶ້ນ.ໄລຍະທີ່ 1 ຂອງ ໂຄງການຕາບີ ແມ່ນເລີ້ມແຕ່ ປີ 2009 ຫາ 2012 ແລະ ເໜັ້ນໜັກສຸມໃສ່ປະຕິບັດຢູ່ 2 ແຂວງພາກເໜືອ ຄື ແຂວງຫລວງພະບາງ ແລະ ແຂວງຊຽງຂວາງ.

 

ເລີ້ມຈາກ ການອະນຸລັກຊີວະນາໆພັນ ໄປສ່ການຄຸ້ມຄອງ ຊີວະນາໆ ພັນກະສິກຳ

ໂດຍປົກກະຕິແລ້ວ ຄວາມພະຍາຍາມເຮັດການອະນຸລັກ ໃນ ສ.ປ.ປ. ລາວ ແລະ ທົ່ວໄປໃນໂລກ ແມ່ນໄດ້ແນໃສ່ ແຕ່ເຮັດການກຳນົດສ້າງ ຕັ້ງເຂດປ່າປ້ອງ ກັນເພື່ອອະນຸລັກຊີວະນາໆພັນ. ແຕ່ໃນປະຈຸບັນ ບັນດານັກອະນຸລັກ ແລະ ນັກວິທະຍາສາດ ໄດ້ພ້ອມກັນພິຈາລະນາວ່າ ການສ້າງ ເຂດປ່າປ້ອງກັນນັ້ນ ແມ່ນມີຄວາມຈຳເປັນ ແຕ່ວ່າ ຍັງບໍ່ທັນເປັນ ການພຽງພໍສຳລັບເຮັດ ການອະນຸລັກຊີວະນາໆ ພັນໄດ້ຢ່າງມີປະສິດທິຜົນ, ແລະ ໄດ້ເລີ້ມເອົາ ໃຈໃສ່ໃຫ້ມີການຫັນ ໄປສູ່ພາລະບົດບາດ ຂອງ ການຜະລິດກະສິກຳ ແລະ ບັນດາການນຳໃຊ້ພື້ນທີ່ດິນທັງຫລາຍ ໃຫ້ເປັນຕົວປະກອບທີ່ສຳຄັນ ເຂົ້າໃນການຄຸ້ມຄອງ ແລະ ອະນຸລັກຊີວະນາໆ ພັນວິທະຍາ. ອັນນີ້ ແມ່ນຫລັກແຫ່ງຄວາມ.

 

ຄວາມສຳຄັນ ຂອງ ຊີວະນາໆພັນກະສິກຳ

ຕາມທີ່ໄດ້ຮູ້ຈັກກັນດີແລ້ວວ່າ ຊີວະນາໆພັນ ໄດ້ມີບົດບາດປະກອບສ່ວນເຂົ້າໃນ ການພັດທະນາເສດຖິດ ແຫ່ງຊາດ ຂອງ ສ.ປ.ປ. ລາວ. ມັນເປັນການສະໜອງ ພື້ນຖານ ການບໍລິການໃນ ລະບົບນິເວດວິທະຍາ ໃຫ້ແກ່ການພັດທະນາເສດຖະກິດແລະ 66% ຂອງ ລວມຍອດຜະລິດຕະພັນແຫ່ງຊາດ (GDP) ແມ່ນໄດ້ມາຈາກຊັບພະຍາ ກອນທຳມະ ຊາດທັງໝົດ. ຫລາຍກ່ວາ 80% ຂອງ ປະຊາຊົນ ບັນດາເຜົ່າທີ່ອາ ໃສຢູ່ໃນຂົງເຂດຊົນນະບົດ ແມ່ນຍັງອາໃສສະ ພາບແວດລ້ອມ ແລະ ຊັບພະຍາກອນທຳມະ ຊາດເພື່ອ ການດຳລົງຊີວິດ. ດ້ວຍເຫດດັ່ງກ່າວນັ້ນ, ຊີວະນາໆພັນຈຶ່ງ ໄດ້ມີບົດບາດທີ່ສຳຄັນກ່ຽວກັບ ການຄ້ຳປະກັນທາງ ດ້ານການອາຫານ ແລະ ການສ້າງລາຍຮັບເພີ້ມ. ປະຊາຊົນໃນຂົງເຂດຊົນນະບົດ ແລະ ພາຍໃນທົ່ວປະເທດ ມີຄຸນນະພາບຊີວິດທີ່ອຸດົມ ຮັ່ງມີໄປດ້ວຍມໍລະດົກ,
 

ສະພາບການຄຸກຄາມ ຕໍ່ກັບ ຊີວະນາໆພັນກະສິກຳ

ເຖິງແມ່ນວ່າ ສ.ປ.ປ. ລາວ ຈະຍັງມີຄວາມອຸດົມຮັ່ງມີທາງດ້ານນິເວດວິທະຍາກໍຕາມ ແຕ່ວ່າຈຳນວນຊີວະນາໆ ພັນກໍຊໍ້າພັດມີຈຳນວນອັດ ຕາທີ່ຫລຸດລົງທີ່ເຫັນໄດ້ຢ່າງຈະແຈ້ງ ໂດຍເນື່ອງມາ ຈາກການມີ ຈໍານວນປະຊາກອນເພີ້ມຂຶ້ນ, ມີການປ່ຽນແປງການນຳໃຊ້ທີ່ດິນ, ມີການຂຸດຄົ້ນຊັບພະຍາ ກອນທຳມະຊາດຫລາຍຂຶ້ນແລະ ມີການຫັນປ່ຽນການຜະລິດນ້ອຍແບບກຸ້ມຕົນເອງ ໃຫ້ກາຍເປັນສູ່ເຮັດ ການຜະລິດເປັນສິນຄ້າ. ຊີວະນາໆພັນກະສິກຳ ໃນປະຈຸບັນນີ້ ແມ່ນຍັງປະເຊີນກັບບັນຫາຄຸ ກຄາມທີ່ໃຫຍ່ຫລວງ ອັນເກີດເນື່ອງມາຈາກ ການໃຫ້ສຳປະທານ ເນື້ອທີ່ດິນທີ່ບໍ່ເໝາະສົມ, ການປູກພືດຊະນິດດຽວ, ໂຄງການຂຸດຄົ້ນບໍ່ແຮ່ ແລະ ພະລັງງານ ໄຟຟ້າ. ກຸ່ມຄົນທີ່ເປັນ ຜູ້ທຸກຍາກ ແລະ ດ້ອຍໂອກາດ ທັງຫລາຍຕ້ອງໄດ້ຮັບຜົນກະທົບຈາກ ການສູນເສຽຊີວະນາໆພັນກະສິກຳ, ຈາກການມີຈຳນວນເຄື່ອງ ປ່າຂອງດົງທີ່ໜ້ອຍລົງ,